ມີໜ້າທີ່ ດັ່ງນີ້
- ສັງລວມຮ່າງຍຸດທະສາດ, ແຜນງານ,ແຜນການ ແລະ ໂຄງການ ຂອງວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ ການ ໃນແຕ່ລະໄລຍະ;
- ເປັນເສນາທິການໃຫ້ຄະນະກົມ ແລະ ເປັນຈຸດໃຈກາງພົວພັນປະສານງານ, ອຳນວຍຄວາມສະດວກພາຍ ໃນ ແລະ ພາກສ່ວນທີ່ກ່ຽວຂ້ອງ;
- ຂື້ນແຜນງົບປະມານ ລາຍຮັບ-ລາຍຈ່າຍ, ການນໍາໃຊ້ງົບປະມານ ແລະ ຄຸ້ມຄອງ ລາຍຮັບ, ສະຫຼຸບລາຍ ງານ ປະຈຳອາທິດ,ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ,ປີ,ກາງສະໄໝ ແລະ 5 ປີ ຂອງກົມ;
- ຄົ້ນຄວ້າ ແລະ ປະເມີນການຈັດຕັ້ງປະຕິບັດ ກົດໝາຍ,ນິຕິກຳຕ່າງໆ ກ່ຽວກັບການຄຸ້ມຄອງວຽກງານ ປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
- ຕິດຕາມ, ກວດກາ ແລະສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຕ່ລະໄລຍະໃຫ້ຖືກຕ້ອງຕາມ ລະບຽບການ;
- ຕິດຕາມ,ຊຸກຍູ້ການນໍາໃຊ້ງົບປະມານ ຂອງລັດຖະບານ ແລະ ທືນຊ່ວຍເຫຼືອຕ່າງໆ ຂອງກົມ ແລະ ສາຍ ແຜນງານປິ່ນປົວ ແລະລະ ຟື້ນຟູໜ້າທີ່ການ;
- ສ້າງຕາຕະລາງເວລາ ແລະ ແຜນການເຄື່ອນໄຫວ ປະຈຳອາທິດ ປະຈຳເດືອນ,ໃຫ້ຄະນະກົມ ໂດຍ ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງ;
- ຄຸ້ມຄອງ ພະນັກງານ-ລັດຖະກອນ, ຂຶ້ນແຜນການກໍ່ສ້າງ-ບຳລຸງຍົກລະດັບ, ສະເໜີການເລື່ອນຊັ້ນຂັ້ນ ເງິນເດືອນ,ການປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ປະຕິບັດວິໄນຕໍ່ພະນັກງານ ລັດຖະຖອນ ພາຍໃນກົມ;
- ຄຸ້ມຄອງ, ຂຶ້ນບັນຊີຊັບສົມບັດຄົງທີ່ ແລະ ນຳໃຊ້ຊັບສົມບັດສ່ວນລວມ,ຍານພາຫະນະ, ນໍ້າມັນເຊື້ອໄຟ ວຽກງານສ້ອມແປງ, ອຸປະກອນຮັບໃຊ້ ແລະ ເຄຫະສະຖານຕ່າງໆຂອງກົມ;
- ຄຸ້ມຄອງ ແລະ ບໍລິຫານເອກະສານຂາເຂົ້າ-ຂາອອກ, ສຳເນົາ, ຈັດພິມ,ຈັດສົ່ງ ພ້ອມທັງຄຸ້ມຄອງຕາປະ ທັບຂອງກົມ ແລະ ກາຈໍ້າຊື່ຂອງຄະນະກົມ;
- ຮັບຜິດຊອບວຽກງານພິທີການ, ຮັບແຂກ,ຈັດກອງປະຊຸມ, ປະຊາສຳພັນ, ວຽກງານປ້ອງກັນຄວາມເປັນ ລະບຽບຮຽບຮ້ອຍຈົບງາມພາຍໃນກົມ;
- ຊ່ວຍຄະນະກົມໃນການຄຸ້ມຄອງໂຄງການ, ງົບປະມານ,ວຽກງານຈັດຊື້-ຈັດຈ້າງ ເພື່ອສ້າງເງື່ອນໄຂອຳ ນວຍຄວາມສະດວກໃຫ້ແກ່ວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ;
- ຮຽກໂຮມ, ພົວພັນ,ຮ່ວມມື ແລະ ປະສານງານກັບບັນດາພະແນກພາຍໃນກົມ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມ ແລະ ບັນທຶກກອງປະຊຸມຕ່າງໆ ກ່ຽວກັບ ວຽກງານປິ່ນປົວ ແລະ ຟື້ນ ຟູໜ້າທີ່ການ ທັງພາຍໃນ ແລະ ຕ່າງປະເທດ;
- ຄົ້ນຄວ້າ, ອຳນວຍຄວາມສະດວກ ຕໍ່ວິຊາ,ຂໍວິຊາ ເຂົ້າ-ອອກ ຕ່າງປະເທດ ໃຫ້ຊ່ຽນຊານ ແລະ ເອກະສານຮັບຊ່ຽວຊານມາປະຕິບັດໜ້າທີ່ຢູ່ໂຮງໝໍ, ມາເຮັດວຽກປະຈຳຢູ່ໂຄງການ;
- ຄົ້ນຄວ້າ,ອຳນວຍຄວາມສະດວກ ໃຫ້ທ່ານໝໍ, ພະຍາບານ ເພື່ອຮັບໃຊ້ກອງປະຊຸມ ແລະ ວັນສຳຄັນ ຕ່າງໆ ຂອງ ສປປ.ລາວ;
- ປະສານສົມທົບ ແລະ ໃຫ້ການຮ່ວມມືກັບຄະນະກວດກາປິດສະຫຼຸບບັນຊີງົບປະມານຂອງຕົວເລກສູນ ໂມງ ແລະປິດສະຫຼຸບຂາດຕົວງົບປະມານປະຈຳປີ;
- ສະຫຼຸບ, ສັງລວມ ແລະ ລາຍງານ ການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວ ວຽກງານຂອງກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ປະຈຳອາທິດ, ເດືອນ,3 ເດືອນ, 6 ເດືອນ, 9 ເດືອນ, ປີ, ກາງສະໄໝ ແລະ 5 ປີ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.