ມີໜ້າທີ່ ດັ່ງນີ້
- ຄົ້ນຄວ້າ, ເຊື່ອມຊຶມ,ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ,ແຜນຍຸດທະສາດ ປະຕິຮູບສາທາລະນະສຸກ ກ່ຽວກັບວຽກງານຄຸ້ມຄອງພະຍາດບໍ່ຕິດຕໍ່ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ
- ຄົ້ນຄວ້າ, ສ້າງ ແລະ ປັບປຸງ ຮ່າງກົດໝາຍ, ຍຸດທະສາດ, ນະໂຍບາຍ ແລະ ລະບຽບການຕ່າງໆກ່ຽວກັບ ວຽກງານ ຄຸ້ມຄອງພະຍາດບໍ່ຕິດຕໍ່, ການແພດສຸກເສີນ ແລະ ໄພພິບັດ,ການບາດເຈັບຈາກອຸປະຕິເຫດ, ລະບົບສົ່ງຕໍ່, ສຸຂະພາບຈິດ, ການປິ່ນປົວຜູ້ຕິດສິ່ງເສບຕິດ, ຈົມນໍ້າ, ຜູ້ສູງອາຍຸ, ພະຍາດຕາລາເຊເມຍ ແລະ ຜົນກະທົບຕໍ່ສຸຂະພາບທີ່ເຮັດໃຫ້ເກີດພະຍາດບໍ່ຕິດຕໍ່ ໃນແຕ່ລະໄລຍະ;
- ຄົ້ນຄ້ວາ, ສ້າງ ແລະ ປັບປຸງມາດຕະຖານເຄື່ອງມື ແລະ ແບບຟອມຕ່າງໆ ກ່ຽວກັບ ວຽກງານຄຸ້ມຄອງ ພະຍາດບໍ່ຕິດຕໍ່, ການແພດສຸກເສີນ ແລະ ໄພພິບັດ, ການບາດເຈັບຈາກອຸປະຕິເຫດ, ສຸຂະພາບຈິດ, ການປິ່ນປົວຜູ້ຕິດສິ່ງເສບຕິດ,ຈົມນໍ້າ, ຜູ້ສູງອາຍຸ, ພະຍາດຕາລາເຊເມຍ ແລະ ຜົນກະທົບຕໍ່ສຸຂະພາບທີ່ ເຮັດໃຫ້ເກີດພະຍາດ ບໍ່ຕິດຕໍ່;
- ຄົ້ນຄວ້າ, ສົ່ງເສີມ ການວິໄຈ ວຽກງານຄຸ້ມຄອງພະຍາດບໍ່ຕິດຕໍ່, ການແພດສຸກເສີນ ແລະ ໄພພິບັດ, ການ ບາດເຈັບຈາກອຸປະຕິເຫດ, ສຸຂະພາບຈິດ, ການປິ່ນປົວຜູ້ຕິດສິ່ງເສບຕິດ,ຈົມນໍ້າ,ຜູ້ສູງອາຍຸ, ພະຍາດ ຕາລາເຊເມຍ ແລະ ຜົນກະທົບຕໍ່ສຸຂະພາບທີ່ເຮັດໃຫ້ເກີດພະຍາດ ບໍ່ຕິດຕໍ່;
- ສ້າງຄວາມເຂັ້ມແຂງວຽກງານຄວບຄຸມພະຍາດບໍ່ຕິດຕໍ່,ວຽກງານຄຸ້ມຄອງພະຍາດບໍ່ຕິດຕໍ່, ການແພດສູກ ເສີນ ແລະ ໄພພິບັດ, ການບາດເຈັບຈາກອຸປະຕິເຫດ, ສຸຂະພາບຈິດ, ການປິ່ນປົວຜູ້ຕິດສິ່ງເສບຕິດ, ຈົມນໍ້າ,ຜູ້ສູງອາຍຸ, ພະຍາດຕາລາເຊເມຍ ແລະ ຜົນກະທົບຕໍ່ສຸຂະພາບທີ່ເຮັດໃຫ້ເກີດພະຍາດ ບໍ່ຕິດ ຕໍ່ໃຫ້ພະນັກງານ-ລັດຖະກອນສາທາລະນະສຸກ ໃນສະຖານທີ່ບໍລິການປິ່ນປົວ;
- ເກັບກຳ, ສັງລວມ ແລະ ລາຍງານ ຂໍ້ມູນສະຖິຕິ ພະຍາດບໍ່ຕິດຕໍ່,ການແພດສູກເສີນ ແລະ ໄພພິບັດ, ການບາດເຈັບຈາກອຸປະຕິເຫດ, ສຸຂະພາບຈິດ, ການປິ່ນປົວຜູ້ຕິດສິ່ງເສບຕິດ,ຈົມນໍ້າ, ຜູ້ສູງອາຍຸ, ພະຍາດ ຕາລາເຊເມຍ ແລະ ຜົນກະທົບຕໍ່ສຸຂະພາບທີ່ເຮັດໃຫ້ເກີດພະຍາດ ບໍ່ຕິດຕໍ່;
- ຕິດຕາມ, ກວດກາ, ສະຫຼຸບຕີລາຄາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ກ່ຽວກັບ ວຽກງານຄຸ້ມຄອງ ພະຍາດບໍ່ຕິດຕໍ່,ການແພດສຸກເສີນ ແລະ ໄພພິບັດ, ການບາດເຈັບຈາກະຕິເຫດ, ສຸຂະພາບຈິດ,ການ ປິ່ນປົວຜູ້ຕິດສິ່ງເສບຕິດ,ຈົມນໍ້າ, ຜູ້ສູງອາຍຸ, ພະຍາດຕາລາເຊເມຍ ແລະ ຜົນກະທົບຕໍ່ສຸຂະພາບທີ່ເຮັດ ໃຫ້ເກີດພະຍາດ ບໍ່ຕິດຕໍ່ ໃຫ້ຂັ້ນເທິງຮັບຊາບ;
- ພົວພັນ,ປະສານງານ,ຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ກ່ຽວກັບ ວຽກງານຄຸ້ມຄອງ ພະຍາດບໍ່ຕິດຕໍ່, ການແພດສຸກເສີນ ແລະ ໄພພິບັດ,ການບາດເຈັບຈາກອຸປະຕິເຫດ, ສຸຂະພາບຈິດ, ການປິ່ນປົວຜູ້ຕິດສິ່ງເສບຕິດ,ຈົມນໍ້າ, ຜູ້ສູງອາຍຸ, ພະຍາດຕາລາເຊເມຍ ແລະ ຜົນກະທົບຕໍ່ສຸຂະພາບທີ່ ເຮັດໃຫ້ເກີດພະຍາດບໍ່ຕິດຕໍ່ ທັງພາຍໃນ ແລະ ຕ່າງປະເທດ;
- ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງ ສຳເນົາ ແລະ ເກັບມ້ຽນເອກະສານ ຂອງພະແນກ;
- ສະຫລຸບ, ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວວຽກງານຂອງພະແນກ ປະຈຳອາທິດ ແລະ ເດືອນ ເພື່ອສົ່ງໃຫ້ພະແນກບໍລິຫານ ສັງລວມ ແລະ ລາຍງານ ໃຫ້ຄະນະກົມ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.