ມີໜ້າທີ່ ດັ່ງນີ້
- ຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ແຜນຍຸດທະສາດ ປະຕິຮູບສາທາລະນະສຸກ ກ່ຽວກັບວຽກງານຄຸນນະພາບການບໍລິການປິ່ນປົວ ແລະ ການພະຍາບານຜະດຸງຄັນ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນ ເປັນຈິງ;
- ຄົ້ນຄວ້າ, ສ້າງ ແລະ ປັບປຸງ ຮ່າງກົດໝາຍ, ຍຸດທະສາດ,ນະໂຍບາຍ ແລະ ລະບຽບການຕ່າງໆ ກ່ຽວກັບ ວຽກງານຄຸນນະພາບການບໍລິການປິ່ນປົວ ພາກລັດ ແລະ ພາກເອກະຊົນ, ວຽກງານການພະຍາບານ ຜະດຸງຄັນ, ການກັນ ແລະ ຄວບຄຸມການຕິດເຊື້ອ ໃນສະຖານທີ່ບໍລິການປິ່ນປົວແຕ່ລະຂັ້ນ;
- ຄົ້ນຄ້ວາ, ສ້າງ,ປັບປຸງ,ມາດຕະຖານເຄື່ອງມື ແລະ ແບບຟອມຕ່າງໆ ກ່ຽວກັບວຽກງານ ຄຸນນະພາບ ການບໍລິການປິ່ນປົວ, ການພະຍາບານ-ຜະດຸງຄັນ,ການກັນ ແລະ ຄວບຄຸມການຕິດເຊື້ອ;
- ຄົ້ນຄວ້າ,ກວດກາ, ປະເມີນຜົນ ແລະ ຢັ້ງຢືນຄຸນນະພາບມາດຕະຖານເຕັກນິກ ໂຄງລ່າງພື້ນຖານ,ບຸກ ຄະລາກອນ, ອຸປະກອນການແພດຂອງສະຖານທີ່ບໍລິການປິ່ນປົວ ພາກລັດ ແລະ ພາກເອກະຊົນ;
- ຄົ້ນຄວ້າ, ສົ່ງເສີມ ການວິໄຈ ວິທະຍາສາດທາງດ້ານວຽກງານຄຸນນະພາບການບໍລິການປິ່ນປົວ ພ້ອມທັງ ເຜີຍແຜ່ ແລະ ນຳໃຊ້ຜົນຂອງການຄົ້ນຄວ້າ ເພື່ອຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບ;
- ຄົ້ນຄ້ວາ, ສົ່ງເສີມການປະຕິບັດ ກົດລະບຽບ, ມາດຕະຖານ ຂອບເຂດການປະຕິບັດຜະຍາບານ-ຜະດຸງ ຄັນ, ຜົນການຄົ້ນຄວ້າວິໃຈເຂົ້າໃນການພະຍາບານ-ຜະດຸງຄັນ ແລະ ຄວບຄຸມການຕິດເຊື້ອຂອງສະຖານ ທີ່ບໍລິການປິ່ນປົວແຕ່ລະຂັ້ນ;
- ຂື້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງຕິດຕາມ ວຽກງານຄຸນນະພາບການບໍລິການປິ່ນປົວ, ວຽກງານການພະຍາບານ-ຜະດຸງຄັນ ການກັນ ແລະ ຄວບຄຸມການຕິດເຊື້ອ ຂອງສະຖານທີ່ບໍລິການ ປິ່ນປົວແຕ່ລະຂັ້ນ;
- ຕິດຕາມ,ຊຸກຍູ້ ກວດກາ, ປະເມີນ ການຈັດຕັ້ງປະຕິບັດວຽກງານ ຄຸນນະພາບການບໍລິການປິ່ນປົວ, ການ ພະຍາບານ-ຜະດຸງຄັນ, ການກັນ ແລະ ຄວບຄຸມການຕິດເຊື້ອຂອງສະຖານທີ່ບໍລິການປິ່ນປົວແຕ່ລະຂັ້ນ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຍົກລະດັບວິຊາການ ແລະການຈັດວາງພະຍາບານ-ຜະ ດຸງຄັນໃຫ້ສະຖານທີ່ບໍລິການປິ່ນປົວແຕ່ລະຂັ້ນ;
- ອົບຮົມກ່ຽວກັບມາດຕະຖານ, ຂອບເຂດການປະຕິບັດວຽກງານຄຸນນະພາບການບໍລິການ, ການພະຍາ ບານ-ຜະດຸງຄັນ,ການກັນ ແລະ ຄວບຄຸມການຕິດເຊື້ອໃຫ້ສະຖານທີ່ບໍລິການປິ່ນປົວ ແຕ່ລະຂັ້ນ;
- ພົວພັນປະສານງານ ຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ທັງພາຍໃນ ແລະ ຕ່າງປະເທດ ວຽກງານ ການພະຍາບານ-ຜະດຸງຄັນ, ການກັນ ແລະ ຄວບຄຸມການຕິດເຊື້ອຂອງສະຖານທີ່ບໍລິການປິ່ນ ປົວແຕ່ລະຂັ້ນ;
- ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງ ສຳເນົາ ແລະ ເກັບມ້ຽນເອກະສານ ຂອງພະແນກ;
- ສະຫຼຸບ, ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວວຽກງານ ປະຈຳອາທິດ ແລະ ປະຈຳເດືອນ ໃຫ້ ພະແນກບໍລິຫານ ເພື່ອສັງລວມ ແລະ ລາຍງານໃຫ້ຄະນະກົມ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.