ມີໜ້າທີ່ ດັ່ງນີ້
- ຄົ້ນຄວ້າ, ເຊື່ອມຊືມແນວທາງ, ແຜນນະໂຍບາຍຂອງພັກ, ທິດທາງແຜນການຂອງອົງຄະນະພັກກະຊວງ ກ່ຽວກັບ ວຽກງານການບໍລິການປິ່ນປົວພາກລັດ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສີດທິຜົນສູງ;
- ຄົ້ນຄວ້າ, ສ້າງ ແລະ ປັບປຸງ ຮ່າງກົດໝາຍ, ຍຸດທະສາດ, ນະໂຍບາຍ ແລະ ລະບຽບການຕ່າງໆ ກ່ຽວກັບ ການຄຸ້ມຄອງ ແລະ ການເຄື່ອນໄຫວວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ,ການແພດພື້ນເມືອງ, ການ ຖືພາແທນ ແລະ ການຮ່ວມມືພາກລັດ-ເອກະຊົນ;
- ຄົ້ນຄວ້າ, ສ້າງ ແລະ ປັບປຸງ ມາດຕະຖານເຕັກນິກ ພື້ນຖານໂຄງລ່າງ, ບຸກຄະລາກອນ, ອຸປະກອນການ ແພດຂອງສະຖານທີ່ບໍລິການປິ່ນປົວແຕ່ລະຂັ້ນ;
- ຄົ້ນຄວ້າ, ສ້າງ ແລະລະ ປັບປຸງ ລະບອບເວນຍາມ ແລະ ລະບົບສົ່ງຕໍ່ຄົນເຈັບ;
- ຄົ້ນຄວ້າ,ສ້າງ ແລະ ບັບປຸງ ຄູ່ມື ແລະ ແບບຟອມຕ່າງໆ ກ່ຽວກັບ ການປິ່ນປົວພະຍາດ;
- ສ້າງແຜນກໍ່ສ້າງ, ປັບປຸງ ໂຄງລ່າງພື້ນຖານ, ສະໜອງອຸປະກອນການເພດ ໃຫ້ສະຖານທີ່ບໍລິການປິ່ນປົວ ແຕ່ລະຂັ້ນ;
- ຄົ້ນຄວ້າ ການກໍນົດລາຄາຄ່າບໍລິການປິ່ນປົວຕ່າງໆ ຂອງໂຮງໝໍພາກລັດ ແຕ່ລະຂັ້ນ ໂດຍປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ;
- ເກັບກຳ, ສັງລວມ,ຂື້ນບັນຊິ, ສ້າງແຜນຄວາມຕ້ອງການ ແລະ ແຜນແຈກຢາຍ ອຸປະກອນການແພດ, ພາຫະນະນໍາສົ່ງຄົນເຈັບ ເພື່ອຕອບສະໜອງໃຫ້ແກ່ສະຖານທີ່ບໍລິການປິ່ນປົວ ແຕ່ລະຂັ້ນ;
- ຄົ້ນຄວ້າ,ປະກອບຄຳເຫັນ ແລະ ຢັ້ງຢືນ ທາງດ້ານວິຊາການ ກ່ຽວກັບ ການຂໍອະນຸຍາດນໍາເຂົ້າອຸປະກອນ ການແພດທີ່ມາຮັບໃຊ້ຢູ່ສະຖານທີ່ບໍລິການປິ່ນປົວຂອງລັດ ລວມທັງການຊ່ວຍເຫຼືອຈາກອົງການຈັດຕັ້ງ ສາກົນ ແລະ ສັງຄົມ;
- . ຄົ້ນຄວ້າ,ສ້າງແຜນຄວາມຕ້ອງການຍົກລະດັບວິຊາການ ທຸກສາຂາວິຊາການແພດ ເພື່ອປະກອບ ພະນັກງານ ລັດຖະກອນ ເຂົ້າໃນສະຖານທີ່ບໍລິການປິ່ນປົວແຕ່ລະຂັ້ນຕາມມາດຕະຖານທີ່ກຳນົດໄວ້ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
- ຄົ້ນຄວ້າ, ສົ່ງເສີມ ການວິໄຈ ວິທະຍາສາດທາງດ້ານການແພດ ພ້ອມທັງ ເຜີຍແຜ່ ແລະ ນຳໃຊ້ຜົນຂອງ ການຄົ້ນຄວ້າ ເພື່ອຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບ;
- ສັງລວມ ຂໍ້ມູນສະຖິຕິ ທາງດ້ານການບໍລິການແພດ ພ້ອມທັງ ສະຫຼຸບການເຄື່ອນໄຫວ ຂອງສະຖານທີ່ ບໍລິການປິ່ນປົວ ແຕ່ລະຂັ້ນ;
- ສ້າງແຜນກິດຈະກຳແລະ ແຜນງົບປະມານ ພ້ອມທັງສໍາເນົາເອກະສານ ກ່ຽວກັບ ວຽກງານຄຸ້ມຄອງການ ບໍລິການປິ່ນປົວ;
- ຈັດຕັ້ງປະຕິບັດກິດຈະກຳວຽກງານແມ່ ແລະ ເດັກ ໃນໂຮງໝໍແຕ່ລະຂັ້ນ ຕາມການແບ່ງຂັ້ນຄຸ້ມຄອງ;
- ຊຸກຍູ້, ຕິດຕາມ, ກວດກາ, ຕີລາຄາປະເມີນຜົນ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກ ງານການບໍລິການຂອງສະຖານທີ່ບໍລິການປິ່ນປົວ ແຕ່ລະຂັ້ນ;
- ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ການຈັດຕັ້ງປະຕິບັດວຽກງານຫັນໂຮງໝໍກຸ້ມຕົນເອງດ້ານງົບປະມານ;
- ສະຫຼຸບ,ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວວຽກງານຂອງພະແນກ ປະຈຳອາທິດ ແລະ ເດືອນ ເພື່ອສົ່ງໃຫ້ພະແນກບໍລິຫານສັງລວມ ແລະ ລາຍງານໃຫ້ຄະນະກົມ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ