ກ່ຽວກັບເຮົາ
The Private Healthcare Management Division is responsible for the regulation, oversight, and development of private healthcare services in Lao PDR. Its key functions include formulating policies, standards, and regulations related to the establishment, licensing, and quality assurance of private hospitals, specialized medical centers, clinics, diagnostic laboratories, beauty and cosmetic services, and other private healthcare facilities. The division also manages licensing processes, monitors compliance, addresses consumer complaints, and ensures service quality and safety standards are met in private healthcare settings nationwide. Additionally, it fosters collaboration between the public and private sectors to promote integrated and efficient healthcare services.
ມາດຕາ 9 ໜ້າທີ່ຂອງພະແນກຄຸ້ມຄອງການບໍລິການປິ່ນປົວພາກເອກະຊົນ ພະແນກຄຸ້ມຄອງການບໍລິການປິ່ນປົວພາກເອກະຊົນ ມີໜ້າທີ່ ດັ່ງນີ້:
- ຄົ້ນຄວ້າ,ເຊື່ອມຊຶມ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ແຜນຍຸດທະສາດ ປະຕິຮູບສາທາລະນະສຸກ ກ່ຽວກັບວຽກງານການບໍລິການປິ່ນປົວພາກເອກະຊົນ ມາເປັນແຜນງານ, ແຜນ ງານຍ່ອຍ, ໂຄງການ ແລະ ກິດຈະກຳ ລະອຽດຂອງຕົນເອງ ພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;
- ຄົ້ນຄວ້າ, ສ້າງ ແລະ ປັບປຸງ ຮ່າງກົດໝາຍ, ຍຸດທະສາດ, ນະໂຍບາຍ ແລະ ລະບຽບການຕ່າງໆ ກ່ຽວກັບ ການຄຸ້ມຄອງ ແລະ ການເຄື່ອນໄຫວ ຂອງສະຖານທີ່ບໍລິການປິ່ນປົວຂອງພາກເອກະຊົນ, ສະຖານທີ່ ບໍລິການຕົບແຕ່ງ, ເສີມຄວາມງາມ ແລະ ການນໍາໃຊ້ Stem Cell
- ຄົ້ນຄວ້າ,ສ້າງ ແລະ ປັບປຸງ ການກຳານົດມາດຕະຖານ ໂຄງລ່າງພື້ນຖານ, ບຸກຄະລາກອນ, ອຸປະກອນ ການແພດ ແລະ ລາຍການການບໍລິການປິ່ນປົວທີ່ຈຳເປັນ ຂອງສະຖານທີ່ບໍລິການປິ່ນປົວພາກເອກະຊົນ
- ຄົ້ນຄວ້າ ແລະ ນໍາສະເໜີລັດຖະມົນຕີ ອອກ, ໂຈະ ແລະ ຖອນ ໃບອະນຸຍາດສ້າງຕັ້ງ ແລະ ລະ ເຄື່ອນໄຫວ ບໍລິການປິ່ນປົວຂອງພາກເອກະຊົນ ຕາມລະບຽບຫຼັກການ
- ຄົ້ນຄວ້າ ແລະ ນຳສະເໝີກົມ ຂໍຕໍ່ໃບອະນຸຍາດ ເຄື່ອນໄຫວບໍລິການໂຮງໝໍເອກະຊົນ,ສູນປິ່ນປົວການ ແພດສະເພາະວິຊາເອກະຊົນ ຂັ້ນ 1,ຂັ້ນ 2, ຂັ້ນ 3 ຕາມລະບຽບການ
- ຄົ້ນຄວ້າ ແລະ ນໍສະເໜີກົມເພື່ອຂໍຕໍ່ໃບອະນຸຍາດສ້າງຕັ້ງຫ້ອງກວດພະຍາດເອກະຊົນ ຂັ້ນ1,ຂັ້ນ2 ຕາມ ລະບຽບຫຼັກການ
- ຄື້ນຄວ້າ ແລະ ມີຄຳເຫັນທາງດ້ານວິຊາການ ເພື່ອນໍາສະເໜີກົມ ກ່ຽວກັບການຂໍນໍເຂົ້າເຄື່ອງມື ແລະ ອຸປະກອນການແພດທີ່ມາຮັບໄຊ້ຢູ່ສະຖານທີ່ບໍລິການປິ່ນປົວຂອງໂຮງໝໍເອກະຊົນ ຕາມລະບຽບ ຫຼັກການ
- ຄົ້ນຄວ້າ, ກຳານົດ ແລະ ຄຸ້ມຄອງ ຄ່າບໍລິການປິ່ນປົວ ໃນສະຖານທີ່ບໍລິການປິ່ນປົວຂອງພາກເອກະຊົນ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ
- ຄົ້ນຄວ້າ,ແກ້ໄຂ ແລະ ນຳສະເໜີການປະຕິບັດມາດຕະການຕໍ່ຜູ້ລະເມີດ ກ່ຽວກັບການເຄື່ອນໄຫວ ແລະ ບໍລິ ການປິ່ນປົວ ບໍ່ສອດຄ່ອງກັບລະບຽບຫຼັກການຂອງພາກເອກະຊົນ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ
- ປະສານສົມທົບກັບພາກສ່ວນກ່ຽວຂ້ອງ, ຄົ້ນຄວ້າ, ມີຄຳເຫັນທາງດ້ານວິຊາການ ກ່ຽວກັບການຮ້ອງທຸກ, ຮ້ອງຟ້ອງ ທີ່ໄປໄຊ້ບໍລິການຢູ່ສະຖານທີ່ບໍລິການປິ່ນປົວຂອງພາກເອກະຊົນ ຕາມລະບຽບຫຼັກການ
- ປະສານສົມທົບ, ຮ່ວມມື ແລະ ແລກປ່ຽນທາງດ້ານວິຊາການປິ່ນປົວ ລະຫວ່າງ ພາກເອກະຊົນ ແລະ ພາກລັດ
- ຂຶ້ນແຜນ, ສະຫຼຸບ ແລະ ຕິດຕາມ ການນໍາໄຊ້ງົບປະມານ ການຈັດຕັ້ງປະຕິບັດກິດຈະກຳພາກສົ່ງເສີມ (ພາກ 63) ທີ່ນໍາໄຊ້ງົບປະມານລັດຖະບານຂອງພະແນກ ຕາມໄຕຼມາດຂອງປີ
- ຕິດຕາມ, ຊຸກຍູ້,ກວດກາ ແລະ ປະເມີນ ການເຄື່ອນໄຫວບໍລິການປິ່ນປົວຂອງພາກເອກະຊົນ ໃນຂອບ ເຂດທົ່ວປະເທດ ແຕ່ລະໄລຍະ
- ເກັບກຳ, ສັງລວມ ແລະ ລາຍງານຂໍ້ມູນ ການບໍລິການປິ່ນປົວ, ບຸກຄະລາກອນ ແລະ ເຄື່ອງມືອຸປະກອນ ການແພດ ໃນສະຖານທີ່ບໍລິການປິ່ນປົວຂອງພາກເອກະຊົນ ຂອບເຂດທົ່ວປະເທດ ແຕ່ລະໄລຍະ
- ຂຶ້ນແຜນກິດຈະກຳແລະ ແຜນງົບປະມານ ພ້ອມທັງ ສຳເນົາ ແລະ ເກັບມ້ຽນເອກະສານ ຂອງພະແນກ
- ສະຫຼຸບ, ສັງລວມ ແລະ ລາຍງານ ສະພາບການເຄື່ອນໄຫວວຽກງານຂອງພະແນກ ປະຈຳອາທິດ ແລະ ເດືອນ ເພຶ່ອສົ່ງໃຫ້ພະແນກບໍລິຫານ
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ